ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບປະຊາຊົນຫວຽດນາມ ໃຊ້ໂດຣນຂະໜາດນ້ອຍລາດຕະເວນ

     VUA-SC-3G ເປັນ​ໂດຣນ​ທີ່​ມີ​ນ້ຳໜັກ​ເບົາ ແລະ ອອກ​ແບບ​ກະທັດ​ຮັດ ແຕ່​ສາມາດ​ໃຊ້​ງານ​ໄດ້​ຢ່າງ​ຫຼາກ​ຫຼາຍ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ
​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໃນ​ຂອບ​ເຂດ​ທົ່ວປະເທດ ໂດຍ​ສະເພາະ​ແມ່ນ​ເຂດ​ຊາຍ​ແດນ​ທາງ​ທະຫານ. ໂດຣນລາດຕະເວນ​ຂະ​ນ້ອຍ​ນີ້​ຜະລິດ
​ໂດຍ​ບໍລິສັດ​ຫວຽດ​ເທວ ມີ​ນ້ຳໜັກ​ຢູ່​ທີ່ 26 ກິ​ໂລ, ບິນ​ໄວ​ໄດ້​ສູງ​ສຸດ 120 ກິໂລແມັດຕໍ່​ຊົ່ວໂມງ, ສ່ວນ​ແບັກ​ເຕີ​ຣີ​ຜະລິດ​ດ້ວຍ​ວັດຖຸ​ທີ່​ທັນ​ສະໄໝ​
ມີ​ທັງ​ປະລິມານ ແລະ ມີ​ຄຸນ​ນະ​ພາບ​ສູງ ດັ່ງນັ້ນ, ສາມາດ​ໃຊ້​ງານ​ໄດ້​ຕໍ່​ເນື່ອງ​ເຖິງ 3 ຊົ່ວໂມງ ແລະ​ ໂດຣນ​ຊະນິດ​ນີ້​ສາມາດ​ບິນ​ໄປ​ໄດ້​ໄກ 50 ກິ
ໂລແມັດ. ປັດຈຸບັນມັນ​ມີ​ປະຈຳການ​ໃນ​ກອງທັບ​ປະຊາຊົນ​ຫວຽດນາມ ໂດຍ​ສະເພາະ​ແມ່ນ​ກົມ​ກອງ​ທີ່​ປະຈຳ​ຕາມ​ຊາຍ​ແດນ, ໂດຍ​ປະໂຫຍດ​
ຂອງ​ໂດຣນ​ແມ່ນ​ສາມາດ​ປະ​ຍັດ​ເວລາ, ຫຼຸດຜ່ອນ​ການ​ໃຊ້​ກຳລັງ​ພົນ ແລະ ງົບປະມານ​ໃນ​ການ​ລາດຕະເວນ​ຕາມ​ພື້ນ​ທີ່​ຮັບຜິດຊອບ.

     VUA-SC-3G ມີ​ການ​ຕັ້ງ​ກ້ອງ​ທີ່​ມີ​ຄວາມ​ຊັດ​ເຈນ​ສູງ ພ້ອມ​ກັບ​ເຊັນ​ເຊີ້​ເພື່ອ​ເພີ່ມ​ປະສິດທິພາບ​ໃນ​ການ​ຄົ້ນ​ຫາ​ເປົ້າ​ໝາຍ ແລະ ຍັງ​ມີ​ກ້ອງ
​ທີ່​ສາມາດ​ເບິ່ງ​ໄດ້​ໃນ​ເວລາ​ກາງຄືນ ຫຼື ທາງ​ທະຫານ​ເອີ້ນ​ວ່າ​ອຸປະກອນ​ສອດແນມ ເພາະ​ມັນ​ສາມາດ​ສົ່ງ​ຮູບ​ພາບ​ຄຸນ​ນະ​ພາບ​ສູງ​ ມາ​ຍັງ​ສູນ​ບັນຊາ
ນອກ​ນັ້ນ​ມັນ​ຍັງ​ມີ​ຄຸນ​​ສົມບັດ​ທີ່​ໂດດ​ເດັ່ນ​ອີກ​ຫຼາຍ​ຢ່າງ, ແຕ່​ທາງ​ບໍລິ ສັດ​ບໍ່​ໄດ້​ເປີດເຜີຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/10/2023